ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ-ຕວກ​ກີ ຮ່ວມ​ມື​ກັນ ດ້ານ​ສາຍ​ການບິນ

     ສຳນັກ​ຂ່າວ​ຊິນ​ຮວາ ລາຍ​ງານ ​ວັນ​ທີ 2 ມັງກອນ; ສາຍ​ການບິນ ແອ​​ຣ​ໄຊ​ນ່າ (Air China) ຂອງ​ຈີນ ໄດ້​ເລີ່ມ​ໃຫ້​ບໍລິການ
​ຖ້ຽວ​ບິນ​ໄປ ແລະ ກັບ ​ເມືອງອິດ​ສະ​ຕັນ​ບູ​​ລ ຂອງ​ຕວກກີ, ໂດຍໄດ້​ຈັດ​ພິທີ​ເປີດຢູ່​ທີ່​ສະໜາມ​ບິນ ອິດ​ສະ​ຕັນ​ບູ​​ລ ປະເທດ​ ຕວກ​ກີ​
ຮຽບ​ຮ້ອຍ​ແລ້ວ.

     ທ່ານ ເຊ​ລາ​ຮັດ​ຕິນ ບິ​​ລ​ເກນ ຮັກສາ​ການ​ຫົວໜ້າ​ສະໜາມ​ບິນ​ນານາ​ຊາດ ອິດສະຕັນບຣູ ກ່າວ​ວ່າ: ຖ້ຽວ​ບິນ​ໄປ-ກັບ​ລະຫວ່າງ
ອິດ​ສະ​ຕັນ​ບູ​​ລ-ປັກ​ກິ່ງ ຈະ​ສົ່ງເສີມ​ຄວາມ​ສຳພັນ​ທາງ​ການ​ຄ້າ, ການທ່ອງທ່ຽວ ແລະ ວັດທະນະທຳ ຂອງ​ສອງ​ປະເທດ ໃຫ້​ເຂັ້ມ​ແຂງ
​ຍິ່ງ​ຂຶ້ນ, ເຊິ່ງ​ຄວາມ​ຮ່ວມ​ມືລະຫວ່າງສະໜາມ​ບິນ ແລະ ສາຍການບິນນານາ​ຊາດ ຂອງສອງປະເທດ ເປັນ​ສັນຍານ​ທີ່​ດີ​ ໃນ​ການ​ສົ່ງ
ເສີມ​ການ​ຂົນສົ່ງ​ທາງ​ອາກາດລະດັບ​ພາກ​ພື້ນ ແລະ ລະດັບ​ໂລກ, ລວມ​ເຖິງການ​ເຊື່ອມ​ຕໍ່​ລະຫວ່າງ​ປະເທດ, ໂດຍ​ຈຳນວນ​ສາຍ​ການ
ບິນ ຂອງ​ຈີນ ມີ​ສະໜາມ​ບິນ ຢູ່ 4 ສາຍ​ ລວມ​ແອ​​ຣ​ໄຊ​ນ່າ​ດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/01/2024